ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຣົວ​ຊີ​ ລົງ​ນາມ​​ສັັ່ງ​ຊື້​ເຮລີ​ກົບ​ແຕ ​ລຸ້ນ UH-60M Black Hawk


     ອີງ​ຕາມ​ການ​​ລາຍ​ງານ​ຂອງ​ສຳນັກ​ຂ່າວ​ເຈນ​ອ້າງ​ຂໍ້​ມູນ​ຈາກ​ການ​ລາຍ​ຂອງ​ກອງທັບ​ກຣົວ​ຊີ​ ເປີດເຜີຍເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ກຣົວ​ຊີ ​ໄດ້​ລົງ​ນາມ​
ສຳລັບ​ການ​ຈັດ​ຊື້​ເຮລີ​ກົບ​ແຕ ໃຊ້​ງານ​ທົ່ວ​ໄປ​ ລຸ້ນ UH-60M Black Hawk ເພີ່ມ​ຕື່ມ​ຈຳນວນ 8 ລຳ ໜາຍ​ຄວາມ​ວ່າ​ຖ້າ​ຫາ​ຊື້​ມາ​ເພີ່ມ​ອີກ​ຈະ
​ເຮັດ​ໃຫ້​ຝູງ​ບິນ​ຂອງ​ກຣົວ​ຊີ​ມີ​ເຮລີ​ກົບ​ແຕ​ລຸ້ນ​ດັ່ງກ່າວ​ລວມ​ທັງ​ໝົດ​ເປັນ 12 ລຳ ໃນ​ກອງທັບ. ຂໍ້​ຕົກລົງ​ດັ່ງກ່າວ​ເກີດ​ຂຶ້ນ​ຫຼັງ​ຈາກ​ສາມ​ອາທິດ​ທີ່​ກອງ
ທັບສະຫະລັດ​ອາ​ເມ​ຣິ​ກາ​ໄດ້​ອະນຸມັດ​ການ​ສັ່ງ​ຊື້​ເຮລີ​ກົບ​ແຕ ​ທົ່ວ​ໄປ​ລຸ້ນ UH-60M Black Hawk ໃຫ້​ແກ່​ກອງທັບ​ກຣົວ​ຊີ​ໃນ​ວັນ​ທີ 26 ມັງ
ກອນ 2024. ໂດຍ​ໃນ​ການ​ອະນຸມັດ​ກ່ອນ​ໜ້າ​ນີ້, ສຳນັກງານ​ຄວາມ​​ໝັ້ນ​ຄົງ​ດ້ານ​ປ້ອງ​ກັນ​ຊາດ​ຂອງ​ສະຫະລັດ​ອາ​ເມ​ຣິ​ກາລະ​ບຸ​ວ່າ, ການ​ສະເໜີ​ຊື້​
ເຮລີ​ກົບ​ແຕ​ຄັ້ງ​ດັ່ງກ່າວ​ລວມ​ມູນ​ຄ່າ​ປະມານ 500 ລ້ານ​ໂດ​ລາ​ສະຫະລັດ ໂດຍ​ລວມ​ທັງ​ອຸປະກອນ​ທີ່​ກ່ຽວຂ້ອງ, ອາ​ໄຫຼ່, ການ​ເຝິກ ແລະ ການ​ສະ
ໜັບສະໜູນ​ທີ່​ກ່ຽວຂ້ອງ. ສຳລັບ​ການ​ມອບ​ຮັບ​ເຮລີ​ກົບ​ແຕ​ລຸ້ນ​ດັ່ງກ່າວ​ຈຳນວນ 4 ລຳ​ ທຳ​ອິດ ແລະ ອີກ 8 ລຳ​ ຕໍ່​ໄປ​ຂອງ​ກອງທັບ​ອາກາດ​ກຣົວ​ຊີ
ແມ່ນ​ຈະ​ສາມາດ​ນຳ​ໃຊ້​ໄດ້​ຫຼາກ​ຫຼາຍ​ພາລະກິດ​ເປັນ​ຕົ້ນ: ການ​ເຄື່ອນ​ຍ້າຍ​ກຳລັງ​ພົນ, ການ​ຮັກສາ​ຄວາມ​ປອດ​ໄພ ແລະ ລາດຕະເວນ​ຕາມ​ເຂດ​ຊາຍ
​ແດນ​​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ຂົນສົ່ງ​ອຸປະກອນ​ທາງ​ການ​ແພດ, ການ​ຄົ້ນ​ຫາ ແລະ ກູ້​ໄພ, ການ​ສົ່ງ​ກຳລັງ​ເສີມ, ການ​ເຄື່ອນ​ຍ້າຍ​ອຸປະກອນ
​ດ້ານ​ການ​ຮົບ ແລະ ສະໜັບສະໜູນ​ພາລະກິດ​ການ​ສູ້​ຮົບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/03/2024